Cambodian PM visits Thanaleng Dry Port

ນາຍົກກຳປູເຈຍ ຢ້ຽມຢາມໂຄງການພັດທະນາທ່າບົກ ທ່ານາແລ້ງ ແລະ ເຂດໂລຊິສຕິກ ນະຄອນຫຼວງວຽງຈັນ. ວັນທີ 26 ມີນາ 2024, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ໄປຢ້ຽມຢາມໂຄງການພັດທະນາທ່າບົກ ທ່ານາແລ້ງ ແລະ ເຂດໂລຊິສຕິກພາກ ນະ ຄອນຫຼວງວຽງຈັນ, ໃນໂອກາດເດີນທາງເຄື່ອນໄຫວມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນວັນທີ 25-26 ມີນາ 2024 ໂດຍມີ ທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະເຂົ້າຮ່ວມຕ້ອນຮັບ.

ໃນໂອກາດນີ້ ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນໂລຊິສຕິກພາກ ຈໍາກັດ ໄດ້ລາຍງານວ່າ: ໂຄງການພັດ ທະນາທ່າບົກທ່ານາແລ້ງ ແລະ ເຂດໂລຊິສຕິກພາກ ນະຄອນຫຼວງວຽງຈັນ ສ້າງຂຶ້ນເພື່ອຜັນຂະຫຍາຍນະໂຍບາຍຂອງລັດ ຖະບານໃນການຫັນປ່ຽນ ສປປ ລາວ ໃຫ້ເປັນສູນກາງແຫ່ງການເຊື່ອມຈອດ ແລະ ເຊື່ອມໂຍງອະນຸພາກພື້ນ ແລະ ສາກົນ, ຈຸດທີ່ຕັ້ງຍຸດທະສາດຈະເຮັດໜ້າທີ່ເປັນສູນກາງຂອງການຂະຫຍາຍການຄ້າລະຫວ່າງອາຊຽນ - ສປ ຈີນ, ເອີຣົບ ໂດຍນຳໃຊ້ໂຄງການເສັ້ນທາງລົດໄຟລາວ-ຈີນ ຊຶ່ງຈະຊ່ວຍປະຢັດເວລາ ແລະ ຫຼຸດຜ່ອນຕົ້ນທຶນໂດຍການຂົນສົ່ງສິນຄ້ານຳເຂົ້າ-ສົ່ງອອກຜ່ານດ່ານຂົວມິດຕະພາບແຫ່ງທີໜຶ່ງ.

ໂຄງການທ່າບົກ-ທ່ານາແລ້ງ ເຂດໂລຊິສຕິກ ພາກ ຈໍາກັດ ໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ພະຈິກ ປີ 2020 ເເລະ ກໍ່ສ້າງສໍາເລັດພ້ອມທັງເປີດນໍາໃຊ້ໃນວັນທີ 4 ທັນວາ 2021 ໂດຍແບ່ງອອກເປັນ 2 ເຂດຄື: ເຂດໂລຊິດສະຕິກ ມີເນື້ອທີ່ 327 ເຮັກຕາ ເເລະ ເຂດທ່າບົກມີເນື້ອທີ່ 90 ເຮັກຕາ.

ໃນໂອກາດດັ່ງກ່າວ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ໄດ້ສະແດງຄວາມຊົມເຊີຍຕໍ່ການພັດທະນາໂຄງການ ທີ່ຈະເປັນເປັນສູນກາງແຫ່ງການເຊື່ອມຈອດ ແລະ ເຊື່ອມໂຍງອະນຸພາກພື້ນ ແລະ ສາກົນ, ໂດຍນຳໃຊ້ໂຄງການເສັ້ນທາງລົດໄຟລາວ-ຈີນ. ພ້ອມດຽວກັນ, ກໍໄດ້ກ່າວໃຫ້ຮູ້ວ່າ: ການພົບປະກັບນາຍົກລັດຖະມົນຕີຂອງ ສປປ ລາວ ແລະ ການເຂົ້າຢ້ຽມຂໍ່ານັບ ປະທານປະເທດ ແຫ່ງ ສປປ ລາວ, ຣາຊະອານາຈັກກຳປູເຈຍ ກໍໄດ້ມີຄວາມສົນໃຈ ແລະ ແລກປ່ຽນກັບປະເດັນນີ້ ຊຶ່ງໃນອະນາຄົດພາຍໜ້າ ອາດຈະຕ້ອງມີການເຊື່ອມຈອດລະຫວ່າງ ສອງປະເທດ ບໍ່ວ່າຈະເປັນທາງດ່ວນ ແລະ ທາງລົດໄຟ.

(ແຫຼ່ງຂ່າວ. ໜັງສືພິມປະຊາຊົນ)

Quick Contact

Location Office