ທ່ານ ຄໍາພັນ ພົມມະທັດ ລົງຕິດຕາມ ໂຄງການ ຂສພ

ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມຄະນະຈາກສູນກາງ ແລະ ທ້ອງຖິ່ນ ໄດ້ລົງເຄື່ອນໄຫວຢ້ຽມຢາມໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນ ໃນວັນທີ 13 ມັງກອນ ຜ່ານມານີ້ ທີ່ເມືອງໂຂງ ແຂວງຈໍາປາສັກ ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ຈາງສີ ( Zhang Qi ) ຮອງປະທານບໍລິສັດຮ່ວມພັດທະນາສີທັນດອນ ຈໍາກັດ ພ້ອມພະນັກງານບໍລິສັດດັ່ງກ່າວ.

ທ່ານ ຈາງສີ ໄດ້ລາຍງານສະພາບລວມຂອງໂຄງການດັ່ງກ່າວໂດຍຫຍໍ້ວ່າ: ປັດຈຸບັນແຜນການດຳເນີນໂຄງການດັ່ງກ່າວກຳລັງຢູ່ໃນໄລຍະທີ 1 ມີ: ສ້າງໂຮງແຮມແຄນຄູ່ ຫຼື ຕຶກອະເນກປະສົງແຄນຄູ່ ລວມທັງກິດຈະກຳການບັນເທີງຄົບວົງຈອນ, ເຂດໝູ່ບ້ານຈັດສັນ, ການກໍ່ສ້າງພື້ນຖານໂຄງລ່າງເສັ້ນທາງສະຖານທີ່ຈອດລົດ, ນໍ້າປະປາ, ປັບປຸງສະຖານທີ່ທ່ອງທ່ຽວສວນອຸທິຍານນໍ້າຕົກຕາດຄອນພະເພັງ ແລະ ສົມພະມິດ (ຫຼີ່ຜີ), ສາງຄຽນຖ່າຍສິນຄ້າປອດພາສີ, ເຂດລ້ຽງປາສະຫວາຍ ເພື່ອສົ່ງອອກຕ່າງປະເທດ ແລະ ເຂດກ້າເບ້ຍໄມ້ ເພື່ອນຳໄປປູກປະດັບໃນເຂດໂຄງການ.

ສຳລັບຕຶກອະເນກປະສົງແຄນຄູ່ ຫຼື ເອີ້ນວ່າ ຕຶກຕິບເຂົ້າ ເປັນອາຄານ 15 ຊັ້ນ, ຊັ້ນໃຕ້ດິນມີ 2 ຊັ້ນ, ມີຄວາມສູງ 60,90 ແມັດ, ມີເນື້ອທີ່ປຸກສ້າງ 67.132.2 ຕາແມັດ. ໃນນັ້ນ, ຊັ້ນພື້ນໃຕ້ດິນ ມີເນື້ອທີ່ 17.067.05 ຕາແມັດ, ຄາດຄະເນມູນຄ່າການລົງທຶນ 300 ລ້ານໂດລາ ເລີ່ມກໍ່ສ້າງຕົ້ນປີ 2023, ຕາມແຜນການກໍ່ສ້າງໂຄງສ້າງໃຫ້ສຳເລັດໃນຕົ້ນເດືອນພຶດສະພາ 2024 ແລະ ຈະເລີ່ມມີການຕົບແຕ່ງໃນເດືອນພຶດສະພາ ແລະ ຈະໃຫ້ສຳເລັດພ້ອມເປີດໃຫ້ບໍລິການໃນທ້າຍປີ 2025. ພ້ອມນັ້ນ, ໂຄງການທີ່ສຳຄັນໃນປີ 2024 ຄື: ໂຄງການລ້ຽງປາສະຫວາຍ ເພື່ອສົ່ງອອກ ໃນເນື້ອທີ່ 2782,81 ເຮັກຕາ, ໂຄງການກໍ່ສ້າງສະໜາມກັອຟສີທັນດອນ ໃນເນື້ອທີ່ດິນ 300 ເຮັກຕາ, ກຸ່ມໂຮງແຮມ, ຮ້ານອາຫານແຄມແມ່ນໍ້າຂອງ ແລະ ໂຄງການອື່ນໆ. ໃນໂອກາດນີ້, ທ່ານ ຄໍາພັນ ພົມມະທັດ ຍັງໄດ້ລົງຢ້ຽມຢາມຊຸກຍູ້ພື້ນຖານໂຄງການພັດທະນາຂອງບໍລິສັດຮ່ວມພັດທະນາ ສີທັນດອນ ຈຳກັດ ຄື: ໂຄງການກໍ່ສາງບ້ານຈັດສັນ, ໜອງລ້ຽງປາສະຫວາຍ ແລະ ໂຄງການກໍ່ສ້າງໂຮງງານແປຮູບປາສະຫວາຍ, ໂຄງການກໍ່ສ້າງຕຶກຕິບເຂົ້າ, ເຮືອນພັກ ທ່ານ ຄຳໄຕ ສີທັນດອນ ຕື່ມອີກ.

(ຂ່າວ-ພາບ: ໜັງສືພິມປະຊາຊົນ)

Quick Contact

Location Office